Lao (ພາສາລາວ)

Home

Featured

ປະຊຸມໃຫຍ່ ສະມາຊິກກຳມະບານຮາກຖານ ຄຂສພ.ບກ ຄັ້ງທີ I

ຕອນບ່າຍວັນທີ 21 ມັງກອນ 2025 ນີ້ຢູ່ທີ່ຫ້ອງປະຊຸມອົງການຄຸ້ມຄອງບໍລິຫານເຂດເສດຖະກິດພິເສດແຂວງບໍ່ແກ້ວ. ໄດ້ຈັດກອງປະຊຸມທາບທາມເອົາບຸກຄະລາກອນເຂົ້າໂຄງປະກອບຄະນະກຳມະບານຮາກຖານຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ. ພາຍໃຕ້ການເປັນປະທານຂອງສະຫາຍ ຄຳສະແຫວງ ວິໄລພົງ ປະທານກຳມະບານຮາກຖານ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ສຸທິດ ມິດສຳພັນ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງບໍ່ແກ້ວ, ສະຫາຍ ບຸນທອງ ແສງສີກອງ ກຳມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະກຳມະບານ, ແຂກຖຶກເຊີນ, ສະມາຊິກກຳມະບານຮາກຖານເຂົ້າຮ່ວມ 43 ສະຫາຍ, ຍິງ 11 ສະຫາຍ

ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ ແລະ ຮັບຮອງເອົາບົດລາຍງານການເມືອງໃນການຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວໄລຍະຜ່ານມາ, ອັນໄດ້ຕີລາຄາດ້ານດີ-ດ້ານອ່ອນ ຂໍ້ຄົງຄ້າງ ແລະ ບົດຮຽນການນຳພາແຕ່ປີ 2022-2024 ແລະ ທິດທາງແຜນການ 5 ປີໃນຕໍ່ໜ້າ ( 2025-2029) ເຊີ່ງເປັນບາດລ້ຽວອັນສຳຄັນໃນການນຳພາຊີ້ນຳວຽກງານກຳມະບານຮາກຖານເພື່ອສືບຕໍ່ປັບປຸງແກ້ໄຂໃນສະເພາະໜ້າ, ຈາກນີ້ກອງປະຊຸມໃຫຍ່ກຳມະບານຮາກຖານຊຸດທີ I, ກອງປະຊຸມປະຖົມມະລຶກ, ໄດ້ເປັນເອກະສັນກັນເລືອກຕັ້ງເອົາປະທານ, ຮອງປະທານຮາກຖານດັ່ງນີ້: ສະຫາຍ ສົມຊາຍ ສຸກສະຫວັດ ເປັນປະທານຊີ້ນຳລວມ, ຮັບຜິດຊອບວຽກງານກວດກາ ສຶກສາອົບຮົມການເມືອງແນວຄິດ-ວຽກງານຈັດຕັ້ງ; ສະຫາຍ ບຸນເຖິງ ແກ້ວຄຳເພັງ ເປັນຮອງປະທານ, ຮັບຜິດຊອບວຽກງານກວດກາ, ວຽກງານປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ ແລະ ຜູ້ອອກແຮງງານ; ສະຫາຍ ອິ່ນຄຳ ທຳມະວົງ ເປັນຮອງປະທານ ຮັບຜິດຊອບວຽກງານຂະບວນການ-ເສດຖະກິດຂອງກຳມະບານ ແລະ ຜູ້ຊ່ວຍວຽກອີກ 2 ສະຫາຍ. ພ້ອມນີ້ກອງປະຊຸມຍັງໄດ້ມີພິທີມອບໃບຍ້ອງຍໍໃຫ້ແກ່ກົມກອງ-ບຸກຄົນ ແລະ ໃບຢັ້ງຢືນເປັນກຳມະບານຮາກຖານ 5 ເປັນເຈົ້າ. ຈາກນີ້ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງຄະນະພັກຂັ້ນເທິງ ແລະ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງບໍ່ແກ້ວ. ທີ່ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນຂອງຄະນະປະທານກຳມະບານຮາກຖານ ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ທີ່ຍາດມາໄດ້"ໃນແຕ່ລະດ້ານທີ່ຜ່ານມາ. ພ້ອມທັງຮຽກຮ້ອງມາຍັງອົງການຈັດຕັ້ງມະຫາຊົນ, ສະມາຊິກກຳມະບານຮາກຖານທຸກສະຫາຍຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຢູ່ອ້ອມຂ້າງພັກ, ສູ້ຊົນບຸກບືນ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການພ້ອມທັງອອກແຮງແຂ່ງຂັນກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ມີຜົນສຳເລັດໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ອັນອື່ນໆຕື່ມອີກ.

Featured

#ກອງປະຊຸມປຶກສາຫາລື ແລະ ເຜີຍແຜ່ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍວິສາຫະກິດ ຢູ່ ຂສພຄ

ໃນຕອນບ່າຍຂອງວັນທີ 22 ມັງກອນ 2025 ນີ້. ຢູ່ທີ່ຫ້ອງປະຊຸມສະພາບໍລິຫານເຂດໄດ້ຈັດກອງປະຊຸມເພື່ອປຶກສາຫາລື ແລະ ເຜີຍແຜ່ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍວິສາຫະກິດໂດຍການເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ສົມຊາຍ ສຸກສະຫວັດ ຮອງຫົວໜ້າອົງການຄຸ້ມຄອງບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ມີບັນດາກົມທີ່ກ່ຽວຂ້ອງກະຊວງອຸດສາຫະກຳ ແລະ ການຄ້າ, ພະແນກອຸດສາຫະກຳ ແລະ ການຄ້າແຂວງບໍ່ແກ້ວ, ຫ້ອງການອຸດສາຫະກໍາ ເມືອງຕົ້ນເຜີ້ງ,ຂະແໜງການປິ່່ນອ້ອມ ຕາມດຳລັດ 359/ນຍ, ຕາງໜ້າຜູ້ພັດທະນາເຂດເສດຖະກິດພິເສດ ສາມຫຼ່ຽມຄຳເຂົ້າຮ່ວມ

ກອງປະຊຸມຄະນະຮັບຜິດຊອບໄດ້ຜ່ານບົດລາຍງານການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ແລະ ການຈັດຕັ້ງປະຕິບັດໜ້າທີ່, ພາລະບົດບາດ ແລະ ການເຄື່ອນໄຫວຂອງຂະແໜງອຸດສາຫະກຳ ແລະ ການຄ້າ ປະຈຳເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ຍົກໃຫ້ເຫັນດ້ານດີຜົນງານ-ດ້ານອ່ອນ ແລະ ຂໍ້ຄົງຄ້າງ ເພື່ອສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າໃຫ້ໄດ້ຮັບການຈັດຕັ້ງປະຕິບັດແລະມີຜົນສໍາເລັດ.ແລະ ເຜີຍແຜ່ກົດໝາຍວ່າດ້ວຍວິສາຫະກິດສະບັບປັບປຸງປິ 2022 ໃນການຈັດຕັ້ງເຄື່ອນໄຫວປະຕິບັດວຽກງານທະບຽນວິສາຫະກິດຮ່ວມກັບຜູ້ພັດທະນາໃຫ້ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງເປັນຕົ້ນແມ່ນວຽກງານຫັນການບໍລິການຂື້ນທະບຽນວິສາຫະກິດດ້ວຍລະບົບທັນສະໄໝ, ສອດຄ່ອງຕາມກົດໝາຍ ແລະ ວຽກອື່ນໆ. ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳເຫັນເພື່ອເປັນການຖອດຖອນແລກປ່ຽນບົດຮຽນແລະ ຄົ້ນຄວ້າບັນຫາຕ່າງໆຮ່ວມກັບຜູ້ພັດທະນາພາຍໃນເຂດ ວິທີການ ແລະ ແບບແຜນໃນການຈັດຕັ້ງເຄື່ອນໄຫວປະຕິບັດກົດໝາຍວິສາຫະກິດໃຫ້ເປັນເອກະພາບ, ສ້າງສິ່ງອຳນວຍຄວາມສະດວກໃນວຽກງານດັ່ງກ່າວໃຫ້ມີຄວາມຄ່ອງຕົວ, ຖືກຕ້ອງວ່ອງໄວ, ທັນສະໄໝກວ່າເກົ່າ.

ໂອກາດນີ້.ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳແລະການຄ້າ. ໄດ້ສະແດງຄວາມຮູ້ສຶກດີໃຈທີ່ໄດ້ມາພົບປະຢ້ຽມຢາມ ແລະ ເຮັດວຽກຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳກໍ່ຄືໄດ້ຮັບຟັງການລາຍງານຜົນງານອັນພົ້ນເດັ່ນໃນການພັດທະນາພາຍໃນເຂດ, ຕໍ່ກັບຜູ້ພັດທະນາກໍມີຄວາມຕັ້ງໃຈໃນການພັດທະນາຢ່າງໜຽວແໜ້ນ, ເຮັດແທ້ທຳຈິງ ແລະ ໃຫ້ການສະໜັບສະໜູນຕໍ່ຜູ້ລົງທຶນພັດທະນາໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ ສືບຕໍ່ຊຸກຍູ້ການດຳເນີນທຸລະກິດຂອງຜູ້ພັດທະນາພາຍໃນເຂດໃຫ້ມີບາດກ້າວອັນໃໝ່ ແລະ ມີສ່ວນຮ່ວມຢ່າງຕັ້ງໜ້າ.ເຂັ້ມແຂງກວ່າເກົ່າ.

Featured

ພິທີປະກາດການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າ ອຄຂສ

ພິທີປະກາດການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າອົງການຄຸ້ມຄອງບໍລິຫານງານເຂດເສດຖະກິດພິເສດ ສາມຫຼ່ຽມ ໄດ້ຈັດຂຶ້ນໃນ ຕອນບ່າຍ ວັນທີ 29 ພະຈິກ 2024 ນີ້, ທີ່ຫ້ອງປະຊຸມໂຮງແຮມດາວດອກງິ້ວຄຳ ໂດຍການເປັນປະທານຂອງ ທ່ານ ປອ ທອງຈັນ ມະນີໄຊ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ, ມີປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ກະຊວງແຜນການ ແລະ ການລົງທຶນ, ບັນດາພະແນກການກ່ຽວຂ້ອງຂອງແຂວງ ແລະ ຂະແໜງການປິ່ນອ້ອມ ຂສພຄ ເຂົ້າຮ່ວມ.

ໃນພິທີ ທ່ານ ສິນໄຊ ສິລິປັນຍາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆ ບໍ່ແກ້ວ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າ, ຮອງຫົວໜ້າ ອົງການຄຸ້ມຄອງບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເຊິ່ງໄດ້ເຫັນດີແຕ່ງຕັ້ງ ທ່ານ ບຸນທອງ ແສງສີກອງ ກຳມະການພັກແຂວງ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ ບໍ່ແກ້ວ ຄວບຕໍາແໜ່ງເປັນຫົວໜ້າອົງການຄຸ້ມຄອງ - ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ແຕ່ງຕັ້ງ ທ່ານ ຄຳສະແຫວງ ວິໄລພົງ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ ບໍ່ແກ້ວ ຄວບຕຳແໜ່ງ ເປັນຮອງຫົວໜ້າອົງການຄຸ້ມຄອງ - ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ແຕ່ງຕັ້ງ ທ່ານ ຄຳສະຫວາດ ແກ້ວປັນຍາ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ ບໍ່ແກ້ວ ຄວບຕຳແໜ່ງ ເປັນຮອງຫົວໜ້າອົງການຄຸ້ມຄອງ - ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ແຕ່ງຕັ້ງ ທ່ານ ສົມຊາຍ ສຸກສະຫວັດ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ ບໍ່ແກ້ວ ຄວບຕຳແໜ່ງ ເປັນຮອງຫົວໜ້າອົງການຄຸ້ມຄອງ - ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ແຕ່ງຕັ້ງ ຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເປັນຄະນະອົງການຄຸ້ມຄອງ - ບໍລິຫານເຂດເສດຖະກິດພິເສດແຂວງ ບໍ່ແກ້ວ.

ໂອກາດນີ້, ທ່ານ ປອ ທອງຈັນ ມະນີໄຊ ເຈົ້າແຂວງໆບໍ່ແກ້ວ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ຍົກໃຫ້ເຫັນວ່າການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າ ອົງການຄຸ້ມມຄອງ-ບໍລິຫານງານເຂດເສດຖະກິດພິເສດສາມ ຫຼ່ຽມຄຳ ຄັ້ງນີ້ ຖືເປັນວຽກງານປົກກະຕິການຈັດຕັ້ງພັກ - ລັດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຕາມດ້ານສິດ ໜ້າທີ່ ໃນສະພາບເງື່ອນໄຂປະຈຸບັນ ທັງເປັນການຍົກລະດັບການຄຸ້ມຄອງເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເທື່ອລະກ້າວ ໂດຍໄດ້ຍົກຖານະຈາກຄະນະຄຸ້ມຄອງ ເປັນອົງການບໍລິຫານ - ຄຸ້ມຄອງ ເພື່ອເປັນເສນາທິການໃຫ້ແກ່ພັກ - ລັດໃນການບໍລິິຫານ - ຄຸ້ມເຂດເສດຖະກິດພິເສດແຫ່ງນີ້. ດັ່ງນັ້ນ, ຜູ້ທີ່ໄດ້ຮັບການແຕ່ງຕັ້ງຕ້ອງໄດ້ສືບຕໍ່ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ໂດຍສະເພາະແມ່ນການປັບປຸງກົງຈັກການຈັດຕັ້ງ ບຸກຄະລາກອນໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງ, ສືບຕໍ່ເປັນເສນາທິການໃຫ້ແກ່ພັກ - ລັດ ໃນການຍາດແຍ່ງການລົງທຶນ, ການສ້າງເຂດດັ່ງກ່າວໃຫ້ເປັນເຂດເສດຖະກິດພິເສດຕົວແບບ, ຍົກສູງຄຸນທາດການເມືຶອງ ແນວທາງນະໂຍບາຍ ລະບຽບກົດໝາຍ, ຍົກສູງແບບແຜນວິທີເຮັດວຽກໂດຍຍຶດຖືຕາມລັກການລວມສູນປະຊາທິປະໄຕ, ສືບຕໍ່ປະສານກັບສອງກຳລັງທີ່ປະຈໍາຢູໃນເຂດເພື່ອຕໍ່ຕ້ານອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີທີ່ໃສ່ຮ້າຍປ້າຍສີພັກ - ລັດ ກໍ່ຄືເຂດ ແລະ ບັນຫາອື່ນໆ.

Featured

ກອງປະຊຸມ ດຳເນີນຊີວິດການເມືອງ ຕີລາຄາຄຸນນະພາບຈັດແບ່ງປະເພດສະມາຊິກພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງໜ່ວຍພັກ ຄຂສພ.ບກ ປະຈຳປີ 2024

ກອງປະຊຸມ ດຳເນີນຊີວິດການເມືອງເພື່ອຕີລາຄາຄຸນນະພາບຈັດແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ຂອງໜ່ວຍພັກຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ໃນວັນທີ 3 ມັງກອນ 2025 ນິ້. ຢູ່ທີ່ຫ້ອງປະຊຸມ ອົງການຄຸ້ມຄອງບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ໂດຍການເປັນປະທານຂອງສະຫາຍ ບຸນທອງ ແສງສີກອງ ກຳມະການພັກແຂວງ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ,ມີ ສະຫາຍ ເຄື່ອນເພັດ ວົງຈັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆບໍ່ແກ້ວ,ມີບັນດາແຂກຖືກເຊີນ ມາຈາກກວດກາພັກ-ລັດແຂວງ, ຄະນະພັກ, ສະມາຊິກສົມບູນ-ສຳຮອງ ເຂົ້າຮ່ວມ.

ກອງປະຊຸມ ຄະນະຮັບຜິດຊອບໄດ້ເຜີຍແຜ່ ກົດລະບຽບພັກ ແລະ ເອກະສານສຳຄັນຕ່າງໆຂອງພັກ, ບົດສຳຫຼວດການນຳພາລວມຂອງໜ່ວຍພັກ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ, ມີສະມາຊິກພັກທັງໝົດ 40 ສະຫາຍ,ຍິງ 5 ສະຫາຍ. ຜ່ານມາການສ້າງໜ່ວຍພັກປອດໄສເຂັ້ມແຂງໜັກແໜ້ນປະຈຳປີ 2024 ຄະນະໜ່ວຍພັກ ແມ່ນໄດ້ເອົາໃຈໃສ່ ຖືເອົາວຽກງານການສຶກສາອົບຮົມການເມືອງແນວຄິດ ເປັນສຳຄັນ,ໃນການສ້າງ ແລະ ປັບປຸງຕົນເອງຕາມ 5 ຫຼັກການ ແລະ 3 ທິດນຳຂອງພັກ ເອົາໃຈໃສ່ປັບປຸງດ້ານເນື້ອໃນ ແລະ ແບບແຜນວິທີນຳພາ, ວິທີເຮັດວຽກ ແລະ ການດຳເນີນຊີວິດການເມືອງເປັນປົກກະຕິຢ່າງຕໍ່ເນື່ອງ, ຄະນະໜ່ວຍພັກ, ສະມາຊິກພັກທຸກສະຫາຍ ໄດ້ມີສະຕິຕໍ່ການຈັດຕັ້ງ, ຕໍ່ລະບຽບວິໄນຂອງພັກ ກໍ່ຄືລະບຽບກົດໝາຍຂອງລັດ,ເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນ, ມີຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ ແລະ ມີຜົນສໍາເລັດ ກອງປະຊຸມ ສະມາຊິກພັກແຕ່ລະສະຫາຍໄດ້ຜ່ານບົດປະເມີນຜົນຂອງຕົນ, ອັນໄດ້ຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ ແລະ ວິທີປັບປຸງແກ້ໄຂໃນສະເພາະໜ້າ. ໝູ່ຄະນະກໍ່ໄດ້ປະກອບຄຳຄິດ-ຄຳເຫັນ ເພື່ອຕຳນິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແນໃສ່ເຮັດໃຫ້ແຕ່ລະສະຫາຍສະມາຊິກພັກມີທັດສະນະແນວຄິດ ແລະ ບາດກ້າວອັນໃໝ່ ໃນການຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນສະມາຊິກທີ່ດີເດັ່ນ-ເຂັ້ມແຂງໜັກແໜ້ນ, ເປັນກຳລັງແຮງໃຫ້ແກ່ ການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນຂຶ້ນເລື້ອຍໆໃນຕໍ່ໜ້າ.

ຍິນດີກັບນ້ອງໆ ທັງ 4 ໝາຍເລກດ້ວຍ ທີ່ໄດ້ຮັບຕຳແໜ່ງ ນາງສາວດອກງິ້ວບານ ປະຈຳປີ 2025

ຍິນດີກັບນ້ອງໆ ທັງ 4 ໝາຍເລກດ້ວຍ ທີ່ໄດ້ຮັບຕຳແໜ່ງ ນາງສາວດອກງິ້ວບານ ປະຈຳປີ 2025

ຜູ້ຊະນະເລີດອັນດັບທີ I : MK20 ວິດອນ ແກ້ວພົງສິດ ຈາກເມືອງປາກທາ

ຮອງຊະນະເລີດອັນດັບທີ I : MK19 ວໍລະນິດ ທະລີຈັນ ຈາກເມືອງຫ້ວຍຊາຍ

ຮອງອັນດັບທີ II : MK18 ລັດສະໝີ ພົມມະຈັກ ຈາກເມືອງຫ້ວຍຊາຍ

ຮອງອັນດັບທີ III : MK3 ຝ້າຍ ແສງພະຈັນ ຈາກເມືອງຕົ້ນເຜິ້ງ